Duration 5:17

ຝັງໃຈ / ฝังใจ / Fungjai | ກະຕ່າຍ ຕັນດາລາ ( Official Music video )

188 191 watched
0
3.2 K
Published 1 Aug 2020

ຝາກກົດໄລກົດແຊຣ໌ເປັນກຳລັງໃຈໃຫ້ພວກເຮົາສ້າງສັນຜົນງານນີ້ແດ່ເດີ ເພງນີ້ເປັນເພງທຳອິດຂອງວົງຕິ່ງນ່ອຍໆ. ຮວມສ້າງຜົນງານກັບຫມືນນາຜ້າໄຫມ ແລະ ບໍລິສັດຕະກຸນຄຳເພື່ອເປັນເພງປະກອບຮູບເງົາ ຝັງໃຈ. ເພງເນື້ອຮ້ອງທຳນອງ ໂດຍ : ທ່ານ ກຸນ ຈັນທະບຸບຜາ ວົງສາຣະວັນ ຮ້ອງໂດຍ: ໄຊຍະວົງ ຕັນດາລາ ( ກະຕ່າຍ ຕັນດາລາ ) ຮຽບຮຽງດົນຕີໂດຍ: fuu houses lpb ຂໍຂອບໃຈສະຖານທີການຖ່າຍທຳ ເລີກາລາວ ເຮືອນລາຕີສະຫວັດ ++ ເນື້ອເພງ ++ * ຄໍ່າເເລ້ວຈະນອນ ກອດໝອນຄິດເຖິງ ຢູ່ດຽວປ່ຽວດາຍ ຄວາມຮັກຫາກ ເກີດກັບໃຜ ສົດຊື່ນຣຶທັຍ ໃນຮັກຜູກພັນ ສຸກທຸກພຽງໃດ ຂວາກໜາມກັ້ນໄວ້ ມິເຄີຍໄຫວຫວັ່ນ ຮັກເອີຍຮັກ ທີ່ເເສນຫວານ ຮ່ວມສ້າງຝັນ ສຸກສັນລໍຄອຍ... * ຫອມກີ່ນເນື້ອອຸ່ນ ຫອມອ່ອນລະມຸນ ຫອມດອກຈໍາປາ ສອງເຮົາປະສົບສາຍຕາ ພາຊື່ນສຸກ ເເລະນອນຫລັບໃຫລ ໃນຄວາມຝັນ ເກັບໝູ່ດາວຮ້ອຍເປັນມະໄລ ໂອບລ້ອມຮັກ ຝັງໃຈເຮົານັ້ນ ເໝືອນເເຈ່ມຈັນ ວັນເພັງເຕັມດວງ . * ຮັກຝັງໃຈ ມິໃຫ້ດວງຈິດ ເເຍກກັນ ຮັກນັ້ນ ເພື່ອເຈົ້າຄົນດຽວ ຖະໜອມໝັ້ນໜຽວ ທີ່ພັກພິງໃຈ ຮັກວັງນໍ້າໃສ ຮັກວັງນໍ້າໃຈ ອາບເຢັນຊື່ນບານ ລໍຄອຍວັນ ເເສນນານນັບປີ ຮັກສອງເຮົານີ້ ສຸກຂີສົມປອງ. * ວັນເວລາ ດວງຊະຕາ ໃຫ້ມາພົບກັນ ເຖິງຟ້າດິນ ຈະມາຂວາງກັ້ນ ສອງເຮົານັ້ນ ຮັກດຽວຝັງໃຈ ທະເລວ່າເລິກ ກໍຍັງ ຢັ່ງເຖິງພື້ນໄດ້ ຮັກເເສນເລິກຊຶ້ງ ຝັງໃຈ ມິຫາສິ່ງໃດ ທຽບຮັກຮຽມເອີຍ.

Category

Show more

Comments - 392